ຂໍ້ກຳນົດບໍລິການເພີ່ມເຕີມສຳລັບຜູ້ໃຊ້ປາຍທາງຂອງ Google ແຜນທີ່
ແກ້ໄຂຫຼ້າສຸດ: 4 ມິຖຸນາ 2025
ໂດຍການໃຊ້ Google ແຜນທີ່ ຫຼື ຜະລິດຕະພັນ ຫຼື ບໍລິການພາກສ່ວນທີສາມໃດກໍຕາມທີ່ຮວມເອົາບໍລິການແພລດຟອມ Google ແຜນທີ່ໃສ່ນຳ, ທ່ານໃນຖານະຜູ້ໃຊ້ປາຍທາງຈະຕ້ອງຍອມຮັບ (1) ຂໍ້ກຳນົດບໍລິການ Google ແລະ (2) ຂໍ້ກຳນົດບໍລິການເພີ່ມເຕີມຂອງ Google ແຜນທີ່ເຫຼົ່ານີ້ (“ຂໍ້ກຳນົດເພີ່ມເຕີມຂອງແຜນທີ່”). ຂໍ້ກຳນົດເພີ່ມເຕີມຂອງແຜນທີ່ຈະຮວມໂດຍການອ້າງອີງ ປະກາດທາງກົດໝາຍສຳລັບ Google ແຜນທີ່/Google Earth ແລະ API ຂອງ Google ແຜນທີ່/Google Earth.
ກະລຸນາອ່ານເອກະສານເຫຼົ່ານີ້ແຕ່ລະອັນໃຫ້ລະອຽດ. ຮວມກັນແລ້ວ, ເອກະສານເຫຼົ່ານີ້ເອີ້ນວ່າ “ຂໍ້ກຳນົດ”. ພວກມັນກຳນົດສິ່ງທີ່ທ່ານສາມາດຄາດຫວັງຈາກພວກເຮົາໃນເວລາທີ່ທ່ານໃຊ້ການບໍລິການຂອງພວກເຮົາ ແລະ ສິ່ງທີ່ພວກເຮົາຄາດຫວັງຈາກທ່ານ.
ຫາກທ່ານໃຊ້ຄຸນສົມບັດສະເພາະສຳລັບຜູ້ຂາຍໃນ Google ແຜນທີ່ເພື່ອຈັດການໂປຣໄຟລ໌ທຸລະກິດຂອງທ່ານ ຂໍ້ກຳນົດໂປຣໄຟລ໌ທຸລະກິດ Google ຢູ່ https://support.google.com/business/answer/9292476 ຈະມີຜົນກັບການນຳໃຊ້ນັ້ນ.
ພວກເຮົາຂໍແນະນຳໃຫ້ທ່ານອ່ານ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ. ມັນຈະອະທິບາຍວ່າພວກເຮົາຮວບຮວມຂໍ້ມູນຫຍັງ, ເປັນຫຍັງພວກເຮົາຈຶ່ງຮວບຮວມມັນ ແລະ ທ່ານສາມາດ ອັບເດດ, ຈັດການ, ສົ່ງອອກ ແລະ ລຶບຂໍ້ມູນຂອງທ່ານ ໄດ້ແນວໃດ.
ໃບອະນຸຍາດ. ຕາບໃດກໍຕາມທີ່ທ່ານປະຕິບັດຕາມຂໍ້ກຳນົດເຫຼົ່ານີ້, ຂໍ້ກຳນົດບໍລິການ Google ຈະໃຫ້ໃບອະນຸຍາດທ່ານໃນການໃຊ້ Google ແຜນທີ່, ຮວມທັງຄຸນສົມບັດຕ່າງໆທີ່ເຮັດໃຫ້ທ່ານສາມາດ:
ເບິ່ງ ແລະ ຂຽນຄຳອະທິບາຍປະກອບໃສ່ແຜນທີ່;
ສ້າງໄຟລ໌ KML ແລະ ຊັ້ນຂໍ້ມູນແຜນທີ່; ແລະ
ສະແດງເນື້ອຫາໂດຍລະບຸທີ່ມາທີ່ຖືກຕ້ອງທາງອອນລາຍ, ໃນວິດີໂອ ແລະ ໃນສື່ສິ່ງພິມ.
ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບສິ່ງຕ່າງໆສະເພາະທີ່ທ່ານໄດ້ຮັບອະນຸຍາດໃຫ້ເຮັດໄດ້ກັບ Google ແຜນທີ່, ກະລຸນາອ່ານໜ້າການອະນຸຍາດ ການໃຊ້ Google ແຜນທີ່, Google Earth ແລະ ສະຕຣີດວິວ.
ພຶດຕິກຳຕ້ອງຫ້າມ. ການປະຕິບັດຕາມພາກສ່ວນທີ 2 ນີ້ເປັນເງື່ອນໄຂໃນການອະນຸຍາດໃຫ້ທ່ານໃຊ້ Google ແຜນທີ່. ໃນເວລາໃຊ້ Google ແຜນທີ່, ທ່ານຈະຕ້ອງບໍ່ (ຫຼື ອະນຸຍາດໃຫ້ຜູ້ທີ່ດຳເນີນການໃນນາມຂອງທ່ານ) ເຮັດສິ່ງຕໍ່ໄປນີ້:
ເຜີຍແຜ່ຊ້ຳ ຫຼື ຂາຍສ່ວນໃດໜຶ່ງຂອງ Google ແຜນທີ່ ຫຼື ສ້າງຜະລິດຕະພັນ ຫຼື ບໍລິການໃໝ່ໂດຍອ້າງອີງໃສ່ Google ແຜນທີ່;
ສຳເນົາເນື້ອຫາ (ເວັ້ນແຕ່ທ່ານຈະໄດ້ຮັບອະນຸຍາດໃຫ້ເຮັດໄດ້ໂດຍໜ້າການອະນຸຍາດ ການໃຊ້ Google ແຜນທີ່, Google Earth ແລະ ສະຕຣີດວິວ ຫຼື ກົດໝາຍຊັບສິນທາງປັນຍາທີ່ກ່ຽວຂ້ອງ, ຮວມທັງ "ການໃຊ້ຢ່າງເປັນທຳ");
ການດາວໂຫຼດຈຳນວນຫຼາຍ ຫຼື ສ້າງຟີດເນື້ອຫາຈຳນວນຫຼາຍ (ຫຼື ໃຫ້ຄົນອື່ນເຮັດ);
ໃຊ້ Google ແຜນທີ່ເພື່ອສ້າງ ຫຼື ເພີ່ມຊຸດຂໍ້ມູນທີ່ກ່ຽວກັບແຜນທີ່ (ຮວມເຖິງການສ້າງແຜນທີ່ ຫຼື ຊຸດຂໍ້ມູນການນຳທາງ, ຖານຂໍ້ມູນທຸລະກິດ, ລາຍຊື່ອີເມວ ຫຼື ລາຍຊື່ການຕະຫຼາດທາງໂທລະສັບ) ສຳລັບໃຊ້ໃນບໍລິການໃດໜຶ່ງທີ່ເປັນການທົດແທນ ຫຼື ບໍລິການທີ່ເປັນຮູບເປັນຮ່າງໃດໜຶ່ງທີ່ຄ້າຍຄືກັບ Google ແຜນທີ່ ຫຼື
ໃຊ້ພາກສ່ວນໃດກໍຕາມຂອງ Google ແຜນທີ່ຮ່ວມກັບຜະລິດຕະພັນ ຫຼື ບໍລິການຂອງຄົນອື່ນສຳລັບ ຫຼື ໃນການນຳທາງແບບສົດໆ ຫຼື ການຄວບຄຸມລົດແບບອັດຕະໂນມັດ, ເວັ້ນແຕ່ຈະເຮັດຜ່ານຄຸນສົມບັດທີ່ Google ສະໜອງໃຫ້ ເຊັ່ນ: Android Auto.
ສະພາບຕົວຈິງ; ການຮັບຄວາມສ່ຽງ. ເມື່ອທ່ານໃຊ້ຂໍ້ມູນແຜນທີ່, ສະພາບຈະລາຈອນ, ເສັ້ນທາງ ແລະ ເນື້ອຫາອື່ນໆຂອງ Google ແຜນທີ່, ທ່ານອາດພົບວ່າສະພາບຕົວຈິງນັ້ນແຕກຕ່າງຈາກຜົນການຊອກຫາ ແລະ ເນື້ອຫາແຜນທີ່, ດັ່ງນັ້ນຈຶ່ງຂໍໃຫ້ທ່ານຕັດສິນໃຈດ້ວຍຕົນເອງ ແລະ ໃຊ້ Google ແຜນທີ່ໂດຍຮັບຄວາມສ່ຽງເອົາໄວ້ເອງ. ທ່ານຈະຕ້ອງຮັບຜິດຊອບຕໍ່ການກະທຳຂອງທ່ານ ແລະ ຜົນທີ່ຕາມມາຕະຫຼອດເວລາ.
ເນື້ອຫາຂອງທ່ານໃນ Google ແຜນທີ່. ເນື້ອຫາທີ່ທ່ານອັບໂຫຼດ, ສົ່ງຂໍ້ມູນ, ຈັດເກັບ, ສົ່ງ ຫຼື ຮັບຜ່ານ Google ແຜນທີ່ແມ່ນຢູ່ພາຍໃຕ້ ຂໍ້ກຳນົດບໍລິການ ຂອງ Google, ຮວມທັງໃບອະນຸຍາດໃນພາກສ່ວນທີ່ເອີ້ນວ່າ “ການອະນຸຍາດເພື່ອໃຊ້ເນື້ອຫາຂອງທ່ານ”. ຢ່າງໃດກໍຕາມ, ເນື້ອຫານັ້ນທີ່ຍັງຈັດເກັບຢູ່ອຸປະກອນຂອງທ່ານເທົ່ານັ້ນ (ເຊັ່ນ: ໄຟລ໌ KML ທີ່ຈັດເກັບໄວ້ໃນເຄື່ອງ) ຈະບໍ່ຖືກອັບໂຫຼດ ຫຼື ສົ່ງໄປໃຫ້ Google ແລະ ຈະບໍ່ຢູ່ພາຍໃຕ້ໃບອະນຸຍາດນັ້ນ.
ຜູ້ໃຊ້ປາຍທາງທີ່ເປັນລັດຖະບານ. ຫາກທ່ານໃຊ້ Google ແຜນທີ່ໃນນາມຂອງໜ່ວຍງານລັດຖະບານ, ຂໍ້ກຳນົດຕໍ່ໄປນີ້ຈະມີຜົນນຳໃຊ້:
ກົດໝາຍທີ່ບັງຄັບໃຊ້.
-
ສຳລັບໜ່ວຍງານຂອງເມືອງ ຫຼື ລັດຖະບານຂອງລັດໃນສະຫະລັດ ແລະ ສະຫະພາບຢູໂຣບ, ພາກສ່ວນຂໍ້ກຳນົດບໍລິການ Google ກ່ຽວກັບກົດໝາຍທີ່ບັງຄັບໃຊ້ ແລະ ສະຖານທີ່ຈະບໍ່ມີການນຳໃຊ້.
-
ສຳລັບໜ່ວຍງານລັດຖະບານກາງຂອງສະຫະລັດ, ພາກສ່ວນຂໍ້ກຳນົດບໍລິການ Google ກ່ຽວກັບກົດໝາຍທີ່ບັງຄັບໃຊ້ ແລະ ສະຖານທີ່ຈະຖືກແທນທີ່ດ້ວຍ:
“ຂໍ້ກຳນົດເຫຼົ່ານີ້ຈະຢູ່ພາຍໃຕ້ການຕີຄວາມ ແລະ ການບັງຄັບໃຊ້ຕາມກົດໝາຍຂອງສະຫະລັດໂດຍບໍ່ຄຳນຶງເຖິງການຂັດແຍ່ງກັນຂອງກົດໝາຍ. ໂດຍອຳນາດຂອບເຂດທີ່ອະນຸຍາດໂດຍກົດໝາຍລັດຖະບານກາງ: (ກ) ກົດໝາຍຂອງລັດແຄລິຟໍເນຍ (ບໍ່ຮວມກົດລະບຽບຂອງການຂັດແຍ່ງກັນຂອງກົດໝາຍຂອງລັດແຄລິຟໍເນຍ) ຈະຖືກນຳໃຊ້ໃນກໍລະນີທີ່ບໍ່ມີກົດໝາຍຂອງລັດຖະບານກາງ ແລະ (ຂ) ຂໍ້ຂັດແຍ່ງໃດກໍຕາມທີ່ເກີດຂຶ້ນຈາກ ຫຼື ກ່ຽວຂ້ອງກັບຂໍ້ກຳນົດນີ້ ຫຼື Google ແຜນທີ່ຈະຖືກພິຈາລະນາຄະດີໃນສານຂອງລັດຖະບານກາງຂອງເຂດຊານຕາຄລາຣາ, ລັດແຄລິຟໍເນຍເທົ່ານັ້ນ ແລະ ພາກສ່ວນຕ່າງໆຍິນຍອມໃຫ້ມີເຂດອຳນາດສານເໜືອຕົວບຸກຄົນໃນສານເຫຼົ່ານັ້ນ.”
-
ສິດທີ່ຈຳກັດຂອງລັດຖະບານກາງສະຫະລັດ. ສິດເຂົ້າເຖິງ ຫຼື ການໃຊ້ Google ແຜນທີ່ທັງໝົດໂດຍ ຫຼື ສຳລັບລັດຖະບານກາງຂອງສະຫະລັດແມ່ນຢູ່ພາຍໃຕ້ພາກສ່ວນ "ສິດທີ່ຈຳກັດຂອງລັດຖະບານສະຫະລັດ" ໃນປະກາດທາງກົດໝາຍ Google ແຜນທີ່/Google Earth.